หน้าเว็บ

แสดงบทความที่มีป้ายกำกับ ປັບປຸງທາງເລກ 09 แสดงบทความทั้งหมด
แสดงบทความที่มีป้ายกำกับ ປັບປຸງທາງເລກ 09 แสดงบทความทั้งหมด

วันอาทิตย์ที่ 3 มีนาคม พ.ศ. 2556

ປັບປຸງທາງເລກ 09


ພິທີເປີດໂຄງການປັບປຸງທາງເລກ 09 ແຂວງ ສະຫວັນນະເຂດ

ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 09 ທີ່ເປັນແລວເສດຖະກິດຕາເວັນຕົກ-ຕາເວັນອອກ ຂອງພາກ ພື້ນແມ່ນ້ຳຂອງ ໄດ້ເປີດພິທີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ກຸມພາ 2013 ຢູ່ທີ່ເມືອງພະລານໄຊ ແຂວງສະຫວັນນະເຂດ ເຂົ້າຮ່ວມມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ,ທ່ານ ນາງ ຈຸນໂກຕະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ໄກສອນ ຄູນລາດສະວົງ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ແລະ ພ້ອມດ້ວຍບັນດາ ພະນັກງານວິຊາການຈາກທັງສອງຝ່າຍກໍໄດ້ເຂົ້າຮ່ວມ. ໂດຍໄດ້ຮັບທຶນການຊ່ວຍລ້າຈາກອົງການໄຈກາ ກໍຄືລັດຖະ ບານຍີ່ປູ່ນ.
ໂຄງການ​ປັບປຸງ​ທາງຫລວງ​ແຫ່ງ​ຊາດ​ເລກ09 ຢູ່​ແຂວງ​ສະຫວັນ​ນະ​ເຂດ ນີ້​ເປັນ​ອີກ​ໂຄງການໜຶ່ງທີ່​ໄດ້​ຮັບ​​ບູລິ​ມະ​ສິດ​​ເປັນແຜນ​ພັດທະນາຂອງ​ລັດຖະບານ​ແຕ່​ປີ 2000-2015 ​ເນື່ອງ​ຈາກສປປລາວບໍ່ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລສະ​ນັ້ນ, ທາງ​ເລກ 09ຈຶ່ງ​ເປັນ​ເສັ້ນທາງ​ຍຸດ​ທະ​ສາດ​ສຳລັບ​ການ​ເຊື່ອມ​ຕໍ່ກັບ​ບັນດາ​ປະ​ເທດ​ໄກ້​ຄຽງ​ ແລະ ​ເປັນ​ທາງ​ຜ່ານ​ໃນ​ການ​ຂົນ​ສົ່ງ​,ໃນ​ໂຄງການ​ປັບປຸງ​ທາງຫລວງ​ແຫ່ງ​ຊາດ​ເລກ09 ​ແຂວງ​ສະຫວັນ​ນະ​ເຂດ​ເປັນ​ອີກ ໂຄງການໜຶ່ງທີ່​ໄດ້​ສ້າງ​ຕັ້ງ​ຂື້ນ​ຕາມ​ຂໍ້​ຕົກລົງ ຂອງ​ທ່ານລັດຖະມົນຕີ​ວ່າການກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງສະບັບ​ເລກທີ 1614/ຍທຂ, ລົງ​ວັນ​ທີ 15 ພະຈິກ 2011. ​
​ໂດຍ​ອີງ​​ໃສ່​ຈຸດ​ພິ​ສດດ້ານ​ທີ່​ຕັ້ງ​ຂອງ​ເສັ້ນທາງ​ເລກ 09 ທີ່​ເປັນ​ເສັ້ນທາງ​ຍຸດ​ທະ​ສາດ​ໃນ​ການ​ເຊື່ອມ​ຕໍ່ລະຫວ່າງ​ທາງ​ທິດຕາ​ເວັນ​ອອກ-ຕາ​ເວັນ​ຕົກຂອງ​ປະ​ເທດ​ລາວ ​ແລະ ​ຍັງ​ເປັນ​ເສັ້ນທາງ​ອະນຸ​ພາກ​ພື້ນທີ່​ເປັນ​ລະບຽງ​ເສດຖະກິດດ້ານ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ​ ທີ່​ມີ​ຄວາມໝາຍຄສາມ​ສຳຄັນ​ໃນ​ລະດັບ​ພາກ​ພື້ນ, ​ໂຄງການ​ປັບປຸງ​ທາງ​ເລກ 09 ​ແມ່ນ​ໄດ້​ປະກອບສ່ວນອັນ​ສຳຄັນ ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ ​ໂຄງ​ລ່າງ​ດ້ານ​ການຂົນ​ສົ່ງ​ພາຍ​ໃນແຂວງ​ສະຫວັນ​ນະ​ເຂດກໍ​ຄື​ ຂອງ ສປປ ລາວ ​ໃຫ້​ໄດ້​ຮັບ​ການ​ຍົກ​ລະດັບຕາມມາດຖານສາກົນ ແລະ ໄດ້ຊ່ວຍໃຫ້ສປປ ລາວ ທີ່ເປັນ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລອອກໃຫ້ກາຍເປັນປະເທດບໍລິການທາງຜ່ານຂອງອະນຸພາກພື້ນໄດ້ຢ່າງແທ້ຈິງພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນຂອງບັນດາອານຸພາກພື້ນແຫ່ງນີ້ສາມາດສັນຈອນໄປມາຫາສູ່,ສົ່ງເສີມການຜະລິດ, ການທ່ອງທ່ຽວແລະການຄ້າຂາຍນຳກັນໄດ້ດີຍີ່ງຂື້ນ. ໃນວັນທີ 26 ເມສາ 2012 ທີ່ຜ່ານໄດ້ ມີການເຊັນສັນຍາກັບບໍລິສັດຮັບເໝົາກໍ່ສ້າງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບບໍລິສັດໂອບາຢາ ຊິໂລດຈອຍເວັນເຈີ້, ມີບໍລິສັດອໍລຽນຕັນ ແລະ IDCJ ​ເປັນ​ທີ່​ປຶກສາ​ຂອງ​ໂຄງການ. ​ໃນ​ການ​ຍົກ​ລະດັບ​ທາງ​ເລກ 09 ​ແມ່ນ​ໄດ້​ແບ່ງ​ອອກ​ເປັນ 02 ​ໄລຍະ​ຄື: ​ໄລຍະ​ທີ 01 ​ເລີ່​ມ​ແຕ່ກມ 28+800 (​ເມືອງ​ອາດ​ສະພັງ​ທອງ) ຫາກມ 75+800 (​ເມືອງ​ພະ​ລານ​ໄຊ), ​ໄລຍະ​ທີ 02 ​ແມ່ນເລີ່​ມ​ແຕ່ກມ 113+800   ​(​ເມືອງ​ພີນ) ​ໃນ​ການ​ຍົກ​ລະດັບ​ແມ່ນຂູດ​ຮື້ໜ້າທາງ​ຢາງ​ອັດສະ​ຟານ​​ເກົ່າ​ອອກ ​ແລະ​ຍົກ​ລະດັບ​ຊັ້ນ​ຮອງ​ພື້ນ​ທາງຊັ້ນ​ພື້ນ​ທາງ​ດ້ວຍ​ວັດ​ສະ​ດຸ​ຫີນ​ຂົບ ​ແລະ ​ປູ​ອັດສະ​ຟານ 2 ຊັ້ນ ທີ່​ມີ​ຄວາມໜາ 10 ຊມ,ໜ້າທາງ  ​ກ້ວາງ 9 ​ແມັດ, ມີ​ລະບົບ​ຮ່ອງ​ລະບາຍ​ນ້ຳ​ສອງ​ຂ້າງ​ທາງ​ທີ່​ກໍ່ດ້ວຍ​ເບ​ຕົງ ​​ໃນ​ການ​ຍົກ​ລະດັບ​ທາງ​ດັ່ງກ່າວ​ແມ່ນ​ສາມາດ​ຮອງ​ຮັບ​ນ້ຳໜັກຂອງ​ລົດ​ໄດ້​ເຖີງ 11 ​ໂຕນ/​ເພົາ, ຄວາມ​ໄວ​ສະ​ເລ່ຍ 56,3 ກມ/ຊມ. ​ໃນ​ການ​ປັບປຸງ​ຍົກ​ລະດັບ​ມູນ​ຄ່າ​ຂອງ​ໂຄງການ​ແມ່ນ 2.464 ລ້ານ​ເຢັນ, ສຳລັບ​ຄ່າ​ໃຊ້​ຈ່າຍ​ໃຫ້​ທີ່​ປຶກສາ 276ລ້ານ​ເຢັນເຊິ່ງເປັນການຊ່ວຍ​ເຫຼືອລ້າ​ຈາກ​ລັດຖະບານ​ຍີ່ປຸ່ນ 100%. ສຳລັບ​ຝ່າຍ​ລັດຖະບານ​ລາວ​​ໄດ້​ສົມ​ທົບ​ຊ່ວຍ​ໃນ​ການ​ຍົກ​ເວັ້ນພາສີ, ອາກອນ ​ແລະ​ ຄ່າ​ທຳນຽມຕ່າງໆ. ພ້ອມທັງຈັດ​ຫາ ​ແລະ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ສະຖານ​ທີ່​ປຸກ​ສ້າງ​ຊົ່ວຄາວ, ລະບົບ​ຕາ​ຄ່າ​ຍ​ໄຟຟ້າ, ​ເກັບ​ກູ້​ລະ​ເບີດ, ​ໄກ​ເກັ່ຍສິ່ງ​ກີດ ຂວາງ ​ແລະ​ ອື່ນໆທີ່​ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຂອງ​ໂຄງການ. ​ໂຄງການດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນ ເວລາຢູ່3 ປີ ​ຊຶ່ງ​ເລີ່ມ​ແຕ່ປີ 2012 ຈະ​ໃຫ້​ສຳ​ເລັດປີ 2015 ​ຕາມມາດຕະຖານທີ່ໄດ້ກຳນົດໄວ້.
​ເວົ້າ​ລວມ​ແລ້ວ​ເສັ້ນທາງ​ເລກ 09 ຖື​ວ່າເປັນ​ເສັ້ນທາງ​ທີ່​ສຳຄັນ​ໃນການລຳລຽງ, ການ​ຂົນ​ສົ່ງ​ໃນ​ເຂດ​ດັ່ງກ່າວ ​ ສຳ​ລັບ ໂຄງການ​ດັ່ງກ່າວຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່ຫລວງມາສູ່ການ​ພັດທະນາ​ເສດຖະກິດ-ສັງຄົມການຫຼຸດຜ່ອນ​ຄວາມທຸກ​ຍາກກໍ​ຄື​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​​ໃຫ້ນັບ​ມື້​ນັບ​ດີ​ຂື້ນ.