หน้าเว็บ

วันอาทิตย์ที่ 10 มีนาคม พ.ศ. 2556

ຂ່າວລາວ


ຄະນະປະຈຳສະພາແຫ່ງຊາດດຳເນີນກອງປະຊຸມປະຈຳເດືອນກຸມພາ 2013

ຄະນະປະຈຳສະພາ ແຫ່ງຊາດໄດ້ດຳເນີນກອງປະ ຊຸມປະຈຳເດືອນກຸມພາ 2013 ໃນຕອນເຊົ້າຂອງວັນ ທີ 19 ກຸມພານີ້, ໂດຍການ ເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້  ກຳມະການກົມ ການເມືອງສູນກາງພັກ ປະ ທານສະພາແຫ່ງຊາດ ເຊິ່ງມີ ບັນດາຄະນະປະຈຳສະພາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການ ລາຍງານກ່ຽວກັບສະພາບ ການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງວ່າການສະພາແຫ່ງ ຊາດໃນ 1 ປີ ຜ່ານມາ ແລະ ກະກຽມຈັດກອງປະຊຸມວຽກ ງານຫ້ອງວ່າການສະພາທົ່ວ ປະເທດ ຮັບຟັງລາຍງານຜົນ ສຳເລັດການຝຶກອົບຮົມຊຸດທີ 1 ບົດສະຫຼຸບການຈັດຕັ້ງປະຕິ ບັດໃນ 6 ເດືອນຕົ້ນປີ ແລະ ແຜນກະກຽມດັດແກ້ງົບປະ ມານ 6 ເດືອນທ້າຍປີ 2013, ຮັບຟັງລາຍງານທິດທາງການ ດຳເນີນກອງປະຊຸມຄະນະປະ ຈຳສະພາແຫ່ງຊາດຮ່ວມກັບ ຄະນະສະມາຊິກສະພາແຫ່ງ ຊາດ, ກ່ຽວກັບການປັບປຸງວິ ທີການດຳເນີນກອງປະຊຸມ ຄົບຄະນະສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກ ຕັ້ງ, ຮັບຟັງລາຍງານຄວາມ ຄືບໜ້າໂຄງການອອກແບບ ແລະ ປຸກສ້າງຫ້ອງວ່າການ ສະພາແຫ່ງຊາດຫຼັງໃໝ່, ພິ ຈາລະນາການຂໍສັດຕະຍາ ບັນຮັບຮອງແຜນຫລຸດຜ່ອນ ອັດຕາພາສີຂອບສັນຍາການ ຄ້າຜະລິດຕະພັນອາຊຽນ. ແຕ່ປີ 2013-2015 ຕາມ ການສະເໜີຂອງນາຍົກລັດ ຖະມົນຕີ ແລະ ພິຈາລະນາ ວຽກງານອື່ນໆຈຳນວນໜຶ່ງ.

ເອກອັກຄະລັດຖະທູດລາວປະຈຳປະເທດໄທພົບປະຢ້ຽມຢາມຄົນເຊື້ອສາຍລາວ

ຕາມແຫຼ່ງຂ່າວຈາກກະ ຊວງການຕ່າງປະເທດໃຫ້ຮູ້ ວ່າ: ໃນວັນທີ 16 ກຸມພານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈໍາລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວຢ້ຽມຢາມພົບປະຄົນໄທເຊື້ອສາຍລາວທີ່ຈັງ ຫວັດສຸພັນບຸລີ ປະເທດໄທ ເນື່ອງໃນໂອກາດບຸນປະຈໍາປີ “ກິນເຂົ້າແລງງັນກັນ” ຂອງໄທ ພວນຈັງຫວັດສຸພັນບຸລີ, ໂດຍ 
ມີຄະນະສະມາຄົມໄທພວນ ແຫ່ງປະເທດໄທ, ການນໍາ ທ້ອງຖິ່ນ ແລະ ປະຊາຊົນໄທ ເຊື້ອສາຍລາວໃຫ້ການຕ້ອນ ຮັບອັນອົບອຸ່ນ.  
ໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດລາວ ໄດ້ຢ້ຽມຢາມພົບປະປະຊາ ຊົນຄົນໄທວຽງ ຫລື ລາວວຽງ, ໄຕດໍາ ( ໄທເອີ້ນ ລາວໂຊ້ງ )  ແລະ ໄທພວນທີ່ສືບເຊື້ອສາຍ ບັນພະບຸລຸດໄປຈາກປະເທດລາວ. ຢູ່ແຕ່ລະບ່ອນຂອງ ການຢ້ຽມຢາມພົບປະ ທ່ານ ເອກອັກຄະລັດຖະທູດໄດ້ ກ່າວສະແດງຄວາມພູມໃຈທີ່ໄດ້ພົບພໍ້ຄົນເຊື້ອສາຍລາວ, ຊົມເຊີຍການຮັກສາຮີດຄອງປະເພນີອັນດີງາມຂອງບັນພະບຸລຸດ, ທັງພາສາປາກເວົ້າ, ການນຸ່ງຖື ແລະ ການດໍາລົງ ຊີວິດ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ສືບຕໍ່ປົກປັກຮັກສາສືບ ທອດໃຫ້ລູກຫຼານລຸ້ນຕໍ່ໆໄປ; ພ້ອມນີ້ທ່ານ ຫຼີ ບຸນຄຳ້ ຍັງໄດ້ ແຈ້ງໃຫ້ຊາບຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ຂອງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ,ການ ພົວພັນລະຫວ່າງສອງຊາດ ລາວ-ໄທ ໃນໄລຍະໃໝ່ທີ່ໄດ້ ຮັບການພັດທະນາດີຂຶ້ນ ເລື້ອຍໆ ແລະ ເຊີນຊວນໃຫ້ ພີ່ນ້ອງເຊື້ອສາຍລາວມາຢ້ຽມຢາມປະເທດລາວໃນໂອກາດຕໍ່ໄປ. 
ການຢ້ຽມຢາມຢູ່ແຕ່ລະ ບ່ອນ, ປະຊາຊົນເຊື້ອສາຍ ລາວ, ໂດຍສະເພາະຜູ້ເຖົ້າຜູ້ ແກ່ລ້ວນແຕ່ອອກປາກວ່າດີ ໃຈທີ່ສຸດທີ່ໄດ້ພົບພໍ້ຄົນລາວ ໂດຍບໍ່ນຶກບໍ່ຝັນ ແລະ ຕ້ອງ ການຢາກໄປເຫັນດິນແດນ ຂອງບັນພະບຸລຸດ ແລະ ຢາກ ສືບທາວຫາຍາດຕິພີ່ນ້ອງ, ແຕ່ກໍ່ຈົນໃຈເພາະຜ່ານມາ ຫລາຍເຊັ່ນຄົນແລ້ວ,  ຍັງນຶກ ເຖິງບໍ່ເຄີຍລືມວ່າຕົນແມ່ນ ເຊື້ອສາຍລາວທີ່ບັນພະບຸລຸດໄດ້ພັດພາກຈາກມາເປັນເວ ລາ 100-200 ປີ. 
ປັດຈຸບັນຄົນໄທເຊື້ອສາຍ ລາວ ຢູ່ຈັງຫວັດສຸພັນບຸລີ ມີ 3 ເຜົ່າຄື: ພວນ, ເຊິ່ງມີການ ຈັດຕັ້ງເປັນສະມາຄົມລະດັບຈັງຫວັດຂຶ້ນກັບສະມາຄົມ ພວນແຫ່ງປະເທດໄທ, ທົ່ວຈັງ ຫວັດມີພົນລະເມືອງປະມານ 2 ຫມື່ນກວ່າຄົນ ນອກນີ້ກໍ່ມີ ໄທວຽງ ຫລື ລາວວຽງ ແລະ ໄຕດໍາ ຫລື ລາວໂຊ້ງ ບໍ່ມີຕົວ ເລກສະຖິຕິລະອຽດ, ຕາມຂໍ້ ມູນບໍ່ເປັນທາງການສອງເຜົ່າດັ່ງກ່າວຢູ່ໃນຈັງຫວັດສຸພັນບຸລີ ປະມານເຜົ່າລະ 4.000-5.000 ຄົນ. ຄົນທັງສາມເຜົ່າ ມີອາຊີບຜະລິດກະສິກໍາ ແລະ ຄ້າຂາຍ, ທຸກຄອບຄົວກຸ້ມຢູ່ ກຸ້ມກິນ, ຈໍານວນໜຶ່ງຮັ່ງມີລະ ດັບເສດຖີ ( ໄທພວນ ) ແລະ ມີຖານະທາງສັງຄົມ.ທັງສາມ ເຜົ່າໂດຍສ່ວນໃຫຍ່ດຳລົງ    ຊີວິດຢູ່ເຂດອໍາເພີເມືອງ, ອູ່ ທອງ, ສອງພີ່ນ້ອງ ແລະ ບາງ ປາມ້າ.


วันอาทิตย์ที่ 3 มีนาคม พ.ศ. 2556

ປັບປຸງທາງເລກ 09


ພິທີເປີດໂຄງການປັບປຸງທາງເລກ 09 ແຂວງ ສະຫວັນນະເຂດ

ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 0ທີ່ເປັນແລວເສດຖະກິດຕາເວັນຕົກ-ຕາເວັນອອກ ຂອງພາກ ພື້ນແມ່ນ້ຳຂອງ ໄດ້ເປີດພິທີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ກຸມພາ 2013 ຢູ່ທີ່ເມືອງພະລານໄຊ ແຂວງສະຫວັນນະເຂດ ເຂົ້າຮ່ວມມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ,ທ່ານ ນາງ ຈຸນໂກຕະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວທ່ານ ໄກສອນ ຄູນລາດສະວົງ ຮອງເຈົ້າແຂວງ ແຂວງສະຫວັນນະເຂດທ່ານຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ແລະ ພ້ອມດ້ວຍບັນດາ ພະນັກງານວິຊາການຈາກທັງສອງຝ່າຍກໍໄດ້ເຂົ້າຮ່ວມ. ໂດຍໄດ້ຮັບທຶນການຊ່ວຍລ້າຈາກອົງການໄຈກາ ກໍຄືລັດຖະ ບານຍີ່ປູ່ນ.
ໂຄງການປັບປຸງທາງຫລວງແຫ່ງຊາດເລກ0ຢູ່ແຂວງສະຫວັນນະເຂດ ນີ້ເປັນອີກໂຄງການໜຶ່ງທີ່ໄດ້ຮັບ​​ບູລິມະສິດ​​ເປັນແຜນພັດທະນາຂອງລັດຖະບານແຕ່ປີ 2000-2015 ​ເນື່ອງຈາກສປປລາວບໍ່ມີຊາຍແດນຕິດກັບທະເລສະນັ້ນທາງເລກ 09ຈຶ່ງເປັນເສັ້ນທາງຍຸດທະສາດສຳລັບການເຊື່ອມຕໍ່ກັບບັນດາປະເທດໄກ້ຄຽງ ແລະ ເປັນທາງຜ່ານໃນການຂົນສົ່ງ​,ໃນໂຄງການປັບປຸງທາງຫລວງແຫ່ງຊາດເລກ09 ​ແຂວງສະຫວັນນະເຂດເປັນອີກ ໂຄງການໜຶ່ງທີ່ໄດ້ສ້າງຕັ້ງຂື້ນຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງສະບັບເລກທີ 1614/ຍທຂ, ລົງວັນທີ 15 ພະຈິກ 2011. ​
ໂດຍອີງ​​ໃສ່ຈຸດພິສດດ້ານທີ່ຕັ້ງຂອງເສັ້ນທາງເລກ 0ທີ່ເປັນເສັ້ນທາງຍຸດທະສາດໃນການເຊື່ອມຕໍ່ລະຫວ່າງທາງທິດຕາເວັນອອກ-ຕາເວັນຕົກຂອງປະເທດລາວ ​ແລະ ຍັງເປັນເສັ້ນທາງອະນຸພາກພື້ນທີ່ເປັນລະບຽງເສດຖະກິດດ້ານຕາເວັນອອກ-ຕາເວັນຕົກ​ ທີ່ມີຄວາມໝາຍຄສາມສຳຄັນໃນລະດັບພາກພື້ນ, ​ໂຄງການປັບປຸງທາງເລກ 09 ​ແມ່ນໄດ້ປະກອບສ່ວນອັນສຳຄັນ ​ໃຫ້ແກ່ການພັດທະນາພື້ນຖານ ​ໂຄງລ່າງດ້ານການຂົນສົ່ງພາຍໃນແຂວງສະຫວັນນະເຂດກໍຄື ຂອງ ສປປ ລາວ ​ໃຫ້ໄດ້ຮັບການຍົກລະດັບຕາມມາດຖານສາກົນ ແລະ ໄດ້ຊ່ວຍໃຫ້ສປປ ລາວ ທີ່ເປັນ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລອອກໃຫ້ກາຍເປັນປະເທດບໍລິການທາງຜ່ານຂອງອະນຸພາກພື້ນໄດ້ຢ່າງແທ້ຈິງພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນຂອງບັນດາອານຸພາກພື້ນແຫ່ງນີ້ສາມາດສັນຈອນໄປມາຫາສູ່,ສົ່ງເສີມການຜະລິດການທ່ອງທ່ຽວແລະການຄ້າຂາຍນຳກັນໄດ້ດີຍີ່ງຂື້ນໃນວັນທີ 26 ເມສາ 2012 ທີ່ຜ່ານໄດ້ ມີການເຊັນສັນຍາກັບບໍລິສັດຮັບເໝົາກໍ່ສ້າງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບບໍລິສັດໂອບາຢາ ຊິໂລດຈອຍເວັນເຈີ້ມີບໍລິສັດອໍລຽນຕັນ ແລະ IDCJ ​ເປັນທີ່ປຶກສາຂອງໂຄງການ. ​ໃນການຍົກລະດັບທາງເລກ 09 ​ແມ່ນໄດ້ແບ່ງອອກເປັນ 02 ​ໄລຍະຄື: ​ໄລຍະທີ 01 ​ເລີ່ແຕ່ກມ 28+800 (​ເມືອງອາດສະພັງທອງຫາກມ 75+800 (​ເມືອງພະລານໄຊ), ​ໄລຍະທີ 02 ​ແມ່ນເລີ່ແຕ່ກມ 113+800   ​(​ເມືອງພີນ) ​ໃນການຍົກລະດັບແມ່ນຂູດຮື້ໜ້າທາງຢາງອັດສະຟານ​​ເກົ່າອອກ ​ແລະຍົກລະດັບຊັ້ນຮອງພື້ນທາງຊັ້ນພື້ນທາງດ້ວຍວັດສະດຸຫີນຂົບ ​ແລະ ປູອັດສະຟານ 2 ຊັ້ນ ທີ່ມີຄວາມໜາ 10 ຊມ,ໜ້າທາງ  ກ້ວາງ 9 ​ແມັດມີລະບົບຮ່ອງລະບາຍນ້ຳສອງຂ້າງທາງທີ່ກໍ່ດ້ວຍເບຕົງ ​​ໃນການຍົກລະດັບທາງດັ່ງກ່າວແມ່ນສາມາດຮອງຮັບນ້ຳໜັກຂອງລົດໄດ້ເຖີງ 11 ​ໂຕນ/​ເພົາຄວາມໄວສະເລ່ຍ 56,3 ກມ/ຊມ. ​ໃນການປັບປຸງຍົກລະດັບມູນຄ່າຂອງໂຄງການແມ່ນ 2.464 ລ້ານເຢັນສຳລັບຄ່າໃຊ້ຈ່າຍໃຫ້ທີ່ປຶກສາ 276ລ້ານເຢັນເຊິ່ງເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ 100%. ສຳລັບຝ່າຍລັດຖະບານລາວ​​ໄດ້ສົມທົບຊ່ວຍໃນການຍົກເວັ້ນພາສີອາກອນ ​ແລະ ຄ່າທຳນຽມຕ່າງໆພ້ອມທັງຈັດຫາ ​ແລະອຳນວຍຄວາມສະດວກທາງດ້ານສະຖານທີ່ປຸກສ້າງຊົ່ວຄາວລະບົບຕາຄ່າໄຟຟ້າ, ​ເກັບກູ້ລະເບີດ, ​ໄກເກັ່ຍສິ່ງກີດ ຂວາງ ​ແລະ ອື່ນໆທີ່ຕິດພັນກັບການຈັດຕັ້ງປະຕິບັດຂອງໂຄງການ. ​ໂຄງການດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນ ເວລາຢູ່ປີ ​ຊຶ່ງເລີ່ມແຕ່ປີ 2012 ຈະໃຫ້ສຳເລັດປີ 2015 ​ຕາມມາດຕະຖານທີ່ໄດ້ກຳນົດໄວ້.
ເວົ້າລວມແລ້ວເສັ້ນທາງເລກ 09 ຖືວ່າເປັນເສັ້ນທາງທີ່ສຳຄັນໃນການລຳລຽງການຂົນສົ່ງໃນເຂດດັ່ງກ່າວ ​ ສຳລັບ ໂຄງການດັ່ງກ່າວຈະນຳເອົາຜົນປະໂຫຍດອັນໃຫຍ່ຫລວງມາສູ່ການພັດທະນາເສດຖະກິດ-ສັງຄົມການຫຼຸດຜ່ອນຄວາມທຸກຍາກກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ​​ໃຫ້ນັບມື້ນັບດີຂື້ນ.