หน้าเว็บ

วันอาทิตย์ที่ 3 มีนาคม พ.ศ. 2556

ປັບປຸງທາງເລກ 09


ພິທີເປີດໂຄງການປັບປຸງທາງເລກ 09 ແຂວງ ສະຫວັນນະເຂດ

ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 0ທີ່ເປັນແລວເສດຖະກິດຕາເວັນຕົກ-ຕາເວັນອອກ ຂອງພາກ ພື້ນແມ່ນ້ຳຂອງ ໄດ້ເປີດພິທີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ກຸມພາ 2013 ຢູ່ທີ່ເມືອງພະລານໄຊ ແຂວງສະຫວັນນະເຂດ ເຂົ້າຮ່ວມມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ,ທ່ານ ນາງ ຈຸນໂກຕະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວທ່ານ ໄກສອນ ຄູນລາດສະວົງ ຮອງເຈົ້າແຂວງ ແຂວງສະຫວັນນະເຂດທ່ານຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ແລະ ພ້ອມດ້ວຍບັນດາ ພະນັກງານວິຊາການຈາກທັງສອງຝ່າຍກໍໄດ້ເຂົ້າຮ່ວມ. ໂດຍໄດ້ຮັບທຶນການຊ່ວຍລ້າຈາກອົງການໄຈກາ ກໍຄືລັດຖະ ບານຍີ່ປູ່ນ.
ໂຄງການປັບປຸງທາງຫລວງແຫ່ງຊາດເລກ0ຢູ່ແຂວງສະຫວັນນະເຂດ ນີ້ເປັນອີກໂຄງການໜຶ່ງທີ່ໄດ້ຮັບ​​ບູລິມະສິດ​​ເປັນແຜນພັດທະນາຂອງລັດຖະບານແຕ່ປີ 2000-2015 ​ເນື່ອງຈາກສປປລາວບໍ່ມີຊາຍແດນຕິດກັບທະເລສະນັ້ນທາງເລກ 09ຈຶ່ງເປັນເສັ້ນທາງຍຸດທະສາດສຳລັບການເຊື່ອມຕໍ່ກັບບັນດາປະເທດໄກ້ຄຽງ ແລະ ເປັນທາງຜ່ານໃນການຂົນສົ່ງ​,ໃນໂຄງການປັບປຸງທາງຫລວງແຫ່ງຊາດເລກ09 ​ແຂວງສະຫວັນນະເຂດເປັນອີກ ໂຄງການໜຶ່ງທີ່ໄດ້ສ້າງຕັ້ງຂື້ນຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງສະບັບເລກທີ 1614/ຍທຂ, ລົງວັນທີ 15 ພະຈິກ 2011. ​
ໂດຍອີງ​​ໃສ່ຈຸດພິສດດ້ານທີ່ຕັ້ງຂອງເສັ້ນທາງເລກ 0ທີ່ເປັນເສັ້ນທາງຍຸດທະສາດໃນການເຊື່ອມຕໍ່ລະຫວ່າງທາງທິດຕາເວັນອອກ-ຕາເວັນຕົກຂອງປະເທດລາວ ​ແລະ ຍັງເປັນເສັ້ນທາງອະນຸພາກພື້ນທີ່ເປັນລະບຽງເສດຖະກິດດ້ານຕາເວັນອອກ-ຕາເວັນຕົກ​ ທີ່ມີຄວາມໝາຍຄສາມສຳຄັນໃນລະດັບພາກພື້ນ, ​ໂຄງການປັບປຸງທາງເລກ 09 ​ແມ່ນໄດ້ປະກອບສ່ວນອັນສຳຄັນ ​ໃຫ້ແກ່ການພັດທະນາພື້ນຖານ ​ໂຄງລ່າງດ້ານການຂົນສົ່ງພາຍໃນແຂວງສະຫວັນນະເຂດກໍຄື ຂອງ ສປປ ລາວ ​ໃຫ້ໄດ້ຮັບການຍົກລະດັບຕາມມາດຖານສາກົນ ແລະ ໄດ້ຊ່ວຍໃຫ້ສປປ ລາວ ທີ່ເປັນ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລອອກໃຫ້ກາຍເປັນປະເທດບໍລິການທາງຜ່ານຂອງອະນຸພາກພື້ນໄດ້ຢ່າງແທ້ຈິງພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນຂອງບັນດາອານຸພາກພື້ນແຫ່ງນີ້ສາມາດສັນຈອນໄປມາຫາສູ່,ສົ່ງເສີມການຜະລິດການທ່ອງທ່ຽວແລະການຄ້າຂາຍນຳກັນໄດ້ດີຍີ່ງຂື້ນໃນວັນທີ 26 ເມສາ 2012 ທີ່ຜ່ານໄດ້ ມີການເຊັນສັນຍາກັບບໍລິສັດຮັບເໝົາກໍ່ສ້າງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບບໍລິສັດໂອບາຢາ ຊິໂລດຈອຍເວັນເຈີ້ມີບໍລິສັດອໍລຽນຕັນ ແລະ IDCJ ​ເປັນທີ່ປຶກສາຂອງໂຄງການ. ​ໃນການຍົກລະດັບທາງເລກ 09 ​ແມ່ນໄດ້ແບ່ງອອກເປັນ 02 ​ໄລຍະຄື: ​ໄລຍະທີ 01 ​ເລີ່ແຕ່ກມ 28+800 (​ເມືອງອາດສະພັງທອງຫາກມ 75+800 (​ເມືອງພະລານໄຊ), ​ໄລຍະທີ 02 ​ແມ່ນເລີ່ແຕ່ກມ 113+800   ​(​ເມືອງພີນ) ​ໃນການຍົກລະດັບແມ່ນຂູດຮື້ໜ້າທາງຢາງອັດສະຟານ​​ເກົ່າອອກ ​ແລະຍົກລະດັບຊັ້ນຮອງພື້ນທາງຊັ້ນພື້ນທາງດ້ວຍວັດສະດຸຫີນຂົບ ​ແລະ ປູອັດສະຟານ 2 ຊັ້ນ ທີ່ມີຄວາມໜາ 10 ຊມ,ໜ້າທາງ  ກ້ວາງ 9 ​ແມັດມີລະບົບຮ່ອງລະບາຍນ້ຳສອງຂ້າງທາງທີ່ກໍ່ດ້ວຍເບຕົງ ​​ໃນການຍົກລະດັບທາງດັ່ງກ່າວແມ່ນສາມາດຮອງຮັບນ້ຳໜັກຂອງລົດໄດ້ເຖີງ 11 ​ໂຕນ/​ເພົາຄວາມໄວສະເລ່ຍ 56,3 ກມ/ຊມ. ​ໃນການປັບປຸງຍົກລະດັບມູນຄ່າຂອງໂຄງການແມ່ນ 2.464 ລ້ານເຢັນສຳລັບຄ່າໃຊ້ຈ່າຍໃຫ້ທີ່ປຶກສາ 276ລ້ານເຢັນເຊິ່ງເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ 100%. ສຳລັບຝ່າຍລັດຖະບານລາວ​​ໄດ້ສົມທົບຊ່ວຍໃນການຍົກເວັ້ນພາສີອາກອນ ​ແລະ ຄ່າທຳນຽມຕ່າງໆພ້ອມທັງຈັດຫາ ​ແລະອຳນວຍຄວາມສະດວກທາງດ້ານສະຖານທີ່ປຸກສ້າງຊົ່ວຄາວລະບົບຕາຄ່າໄຟຟ້າ, ​ເກັບກູ້ລະເບີດ, ​ໄກເກັ່ຍສິ່ງກີດ ຂວາງ ​ແລະ ອື່ນໆທີ່ຕິດພັນກັບການຈັດຕັ້ງປະຕິບັດຂອງໂຄງການ. ​ໂຄງການດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນ ເວລາຢູ່ປີ ​ຊຶ່ງເລີ່ມແຕ່ປີ 2012 ຈະໃຫ້ສຳເລັດປີ 2015 ​ຕາມມາດຕະຖານທີ່ໄດ້ກຳນົດໄວ້.
ເວົ້າລວມແລ້ວເສັ້ນທາງເລກ 09 ຖືວ່າເປັນເສັ້ນທາງທີ່ສຳຄັນໃນການລຳລຽງການຂົນສົ່ງໃນເຂດດັ່ງກ່າວ ​ ສຳລັບ ໂຄງການດັ່ງກ່າວຈະນຳເອົາຜົນປະໂຫຍດອັນໃຫຍ່ຫລວງມາສູ່ການພັດທະນາເສດຖະກິດ-ສັງຄົມການຫຼຸດຜ່ອນຄວາມທຸກຍາກກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ​​ໃຫ້ນັບມື້ນັບດີຂື້ນ.

ไม่มีความคิดเห็น:

แสดงความคิดเห็น