หน้าเว็บ

วันเสาร์ที่ 2 มีนาคม พ.ศ. 2556

ສັງຄົມລາວ

ສັງຄົມລາວ ປະເຊີນກັບ ບັນຫາຄອບຄົວ ແຕກແຍກກັນ ຫລາຍຂຶ້ນ

ສັງຄົມລາວກໍາລັງປະເຊີນກັບບັນຫາຄອບຄົວແຕກແຍກແລະ
ການລ່ວງລະເມີດທາງເພດຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນ
ການຂົ່ມຂືນເຍົາວະຊົນນັ້ນ ຖືເປັນບັນຫາທີ່ຮຸນແຮງຂຶ້ນໄປ ເລື້ອຍໆ.

ທາງການກົມຄຸ້ມຄອງລະບົບຍຸຕິທໍາໃນສັງກັດກະຊວງຍຸຕິທໍາຂອງ
ລາວລາຍງານວ່າ ໃນປີ 2012 ທີ່ຜ່ານມາ ກົມຄຸ້ມຄອງລະບົບຍຸຕິ
ທໍາໄດ້ໃຫ້ການຊ່ວຍເຫຼືອ ແລະໃຫ້ຄໍາປຶກສາໃນດ້ານກົດໝາຍ
ແບບບໍ່ຄິດຄ່າ ສໍາລັບແມ່ຍິງ ແລະເດັກນ້ອຍທີ່ໄດ້ຮັບຜົນກະທົບ
ຈາກບັນຫາຕ່າງໆ ທັງໃນສັງຄົມແລະພາຍໃນຄອບຄົວ ຈໍານວນ
ທັງໝົດ 1,897 ຄັ້ງ.

ສະຖິຕິດັງກ່າວນີ້ ໄດ້ເພີ່ມຂຶ້ນຈາກປີ 2011 ຄິດເປັນອັດຕາສະເລ່ຍ ເກີນກວ່າ 50% ກໍຄື
ມີຜູ້ຮ້ອງຂໍການຊ່ວຍເຫຼືອຈາກກົມຄຸ້ມຄອງລະບົບຍຸຕິທໍາ ຈໍານວນທັງໝດ 660 ຄົນ ຊຶ່ງ
ໃນນີ້ ລວມເຖິງເຍົາວະຊົນລາວເພດຍິງອາຍຸຕໍ່າກວ່າ 18 ປີ ດ້ວຍຈໍານວນເຖິງ 130  ຄົນທັງນີ້ ບັນຫາທີ່ບັນດາແມ່ຍິງ ແລະເດັກນ້ອຍເຫຼົ່ານີ້ ໄດ້ຮ້ອງຂໍ
ຄວາມຊ່ວຍເຫຼືອມາຍັງກົມຄຸ້ມຄອງລະບົບຍຸຕິທໍານັ້ນ ກໍມີທັງ
ບັນຫາທີ່ກ່ຽວກັບການຢ່າຮ້າງ ການຂັດແຍ້ງລະຫວ່າງສາມີ
ກັບພັນລະຍາ ກ່ຽວກັບສິນສົມສ້າງ ການຂັດແຍ້ງກ່ຽວກັບສິດ
ທິໃນການລ້ຽງດູລູກ ການກະທໍາອະນາຈານຕໍ່ເດັກນ້ອຍ ການ
ຮ່ວມເພດກັບເຍົາວະຊົນທີ່ອາຍຸຕໍ່າກວ່າ 18 ປີ ການຂົ່ມຂືນ ຫຼື ລ່ວງລະເມີດທາງເພດຕໍ່ເດັກນ້ອຍ ແລະບັນຫາອື່ນໆ ທີ່ກ່ຽວ
ຂ້ອງກັບການຄ້າດ້ານມະນຸດຂ້າມຊາດເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງກົມຄຸ້ມຄອງລະບົບຍຸຕິທໍາ ກໍຍອມຮັບວ່າການ ດໍາເນີນມາດຕະການ ເພື່ອໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະ ຈາກບັນຫາເຫຼົ່ານີ້ ຍັງມີ ປະສິດທິພາບໃນລະດັບທີ່ຕໍ່າຫຼາຍ ໂດຍໃນປີທີ່ຜ່ານມາ ກໍສາມາດໃຫ້ການຊ່ວຍເຫຼືອແກ່ ຜູ້ຮ້ອງຂໍໄດ້ພຽງ 86 ລາຍເທົ່ານັ້ນ ຈາກການຮ້ອງຂໍຄວາມຊ່ວຍເຫຼືອທັງໝົດ 660 ຄົນ ນັ້ນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ກໍໄດ້ໃຫ້ການຢືນຢັນວ່າ ບັນຫາ ພາຍໃນຄອບຄົວ ຍັງຖືເປັນສາເຫດທີ່ສໍາຄັນປະການນຶ່ງ ທີ່ກໍ່ໃຫ້ເກີດເປັນບັນຫາດ້ານ
ສຸຂະພາບອີກດ້ວຍ ຕົວຢ່າງກໍຄືການຂົ່ມຂືນ ແລະການລ່ວງລະເມີດທາງເພດ ກໍຄືສາ ເຫດສໍາຄັນປະການນຶ່ງ ທີ່ນໍາໄປສູ່ບັນຫາການແຜ່ລະລາດຂອງໂຣກເອດສ໌ໄດ້ເຊັ່ນກັນ.

ຍິ່ງໄປກວ່ານັ້ນ ຈາກການສໍາຫຼວດດ້ວຍການສຸ່ມກວດເລືອດປະຊາຊົນລາວ ຜູ້ທີ່ສະມັກ
ໃຈ ໃນປີ 2012 ທີ່ຜ່ານມາ ກໍພົບວ່າມີປະຊາຊົນລາວທີ່ຕິດເຊື້ອ HIV ທັງໝົດ 5,260 ຄົນ ໂດຍໃນນີ້ ກໍມີຢູ່ເຖິງ 3,282 ຄົນ ທີ່ເປັນໂຣກເອດສ໌ ແລະໄດ້ເສຍຊີວິດໄປແລ້ວ 1,334 ຄົນ ແລະ 54% ໃນຈໍານວນທັງໝົດດັ່ງກ່າວ ກໍຄືປະຊາກອນເພດຍິງ ໂດຍສາເຫດທີ່ເຮັດ ໃຫ້ ແມ່ຍິງຕິດເຊື້ອຫຼາຍກວ່າຜູ້ຊາຍນັ້ນ ທ່ານບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກ ກໍໄດ້ໃຫ້ການຊີ້ແຈງວ່າ:

 ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງ ທີ່ອາດຈະເປັນສິ່ງເອື້ອອໍານວຍທີ່ຈະເຮັດ ໃຫ້ມີການລະບາດຂອງໂຣກເອດສ໌ ເຊັ່ນວ່າໂຄງການກໍ່ສ້າງໂຄງລ່າງ ການກໍ່ ສ້າງເຂື່ອນໄຟຟ້າ ສ້າງຖະໜົນຫົນທາງ ຫຼືວ່າການລົງທຶນຂອງຕ່າງປະເທດ ທີ່ວ່າ ເຮັດໃຫ້ເປັນແຫຼ່ງພາໃຫ້ເກີດຂຶ້ນ ການຂຸດຄົ້ນບໍ່ແຮ່ ບ້ານພັກ ຮ້ານບັນເທີງຕ່າງໆ ກໍເພີ່ມຂຶ້ນ ພ້ອມກັນນີ້ ຈໍານວນສາວບໍລິການກໍເພີ່ມຂຶ້ນ.”

ແຕ່ຢ່າງໃດກໍຕາມອັດຕາການຕິດເຊື້ອ HIV-AIDS ຂອງຄົນລາວໃນປັດຈຸບັນນີ້ ກໍຍັງຖື
ວ່າຢູ່ໃນລະດັບທີ່ຕໍ່າເມື່ອທຽບໃສ່ກັບປະເທດອື່ນໆໃນອາຊ່ຽນດ້ວຍກັນ ເພາະຈາກການ ສຸ່ມກວດເລືອດປະຊາຊົນທີ່ສະມັກໃຈຫຼາຍກວ່າ 2 ແສນຄົນ ໃນ 17 ແຂວງໃນທົ່ວປະ
ເທດ ນັບແຕ່ປີ 1990 ເປັນຕົ້ນມາ ກໍພົບວ່າ ມີຄົນລາວຕິດເຊື້ອ ຄິດເປັນອັດຕາສະເລ່ຍ
ພຽງ 1.6% ເທົ່ານັ້ນ

ສັງຄົມລາວ ທີ່ພັທນາໄວເກີນໄປ


ປະຊາຊົນລາວ ເປັນຫ່ວງແລະຢ້ານ ວ່າຖ້າສັງຄົມ ໃນລາວຫາກມີການພັດທະນາ ໄວເກີນໄປນັ້ນ ຈະສ້າງຜົນກະທົບ ໃນທາງລົບຕໍ່ປະເທດຊາດ ຢ່າງບໍ່ຕ້ອງສົງໄສ

ຊາວລາວ ຈາກນະຄອນ ຫຼວງວຽງຈັນ ຜູ້ໜື່ງ ໃຫ້ຂໍ້ສັງເກດວ່າ:ການພັດທະນາ ກ້າວໜ້າຂອງ ສປປລາວ ໃນລັກສະນະ ການຂະຫຍາຍຕົວ ທາງເສດຖະກິຈ ແລະທາງສັງຄົມ ແບບປະເທດ ຕາເວັນຕົກ ຫຼື ຕາມປະເທດເພື່ອນ ບ້ານນັ້ນ ອາດຈະສົ່ງ ຜົນກະທົບຕໍ່ການປ່ຽນແປງທາງດ້ານ ວັດທະນາທັມ ທີ່ບໍ່ເໝາະສົມ ກັບສັງຄົມລາວ ທີ່ມີກາດຍຶດ ຖືຮີດຄອງປະເພນີ ອັນດີງາມນັ້ນ ດັ່ງ ນາງ ແສງແກ້ວ ຄຳປັນຍາ ໄດ້ກ່າວວ່າ:
“ຄັນແມ່ນດີ ມັນກໍດີຢູ່ ແຕ່ວ່າພໍມັນ ດີແລ້ວ ບາດນີ້ ສັງຄົມມັນກໍຈະເຣີນ ໄວເກີນໄປກໍບໍ່ມັກແລະກໍ່ ຄັນຄວາມຈະເຣີນ ເຂົ້າມາຫລາຍໆແລ້ວ ມັນກໍບໍ່ມີ ດອກລາຍໄດ້ ເລື່ອງ ດ້ານການທ່ອງທ່ຽວ ດ້ານຫຍັງກໍສິ ຫຼຸດນ້ອຍຖອຍລົງ”
ນາງ ໃຫ້ທັດສະນະ ທີ່ເປັນຫ່ວງແລະ ຢ້ານວ່າ: ຖ້າສັງຄົມລາວ ຫາກຈະເຣີນ ເຕີບໂຕ ຢ່າງວ່ອງໄວເກີນໄປ ຈະເຮັດໃຫ້ສັງຄົມ ລາວ ທີ່ອາດມີການ ຫຼົງລືມຮາກຖານ ວັທະນາທັມອັນກົ່ແກ່ ຂອງຄົນຣຸ່ນພໍ່ແມ່ ເຄີຍມີແລະ ປະຕິບັດມາ ໂດຍສະເພາະ ເຍົາວະຊົນລູ່ນໃໝ່ ກໍອາດຈະນິຍົມ ຊົມຊອບ ເທັກໂນໂລຢີ ທີ່ທັນສະໄໝ ແລະນິຍົມ ວັດຖຸ ພາຍນອກ ຫລາຍກວ່າຄວາມດີ ງາມພາຍໃນ ຈີດໃຈ ດັ່ງທີ່ ນາງ ໄດ້ກ່າວເພີ່ມວ່າ: 
“ຢາກໃຫ້ເປັນ ເໝືອນເດີມ ຫລາຍກວ່າ …ໂອ້ຍ…ຢາກໃຫ້ປະຊາຊົນ…ຢາກໃຫ້ເດັກນ້ອຍ ທີ່ເກີດໃໝ່ໃຫຍ່ ລຸນໄດ້ເຫັນວ່າ ພໍ່ແມ່ຕໍ່ສູ້ມາ ຂະໜາດໃດ?”
ນາງ ແສງແກ້ວ ໄດ້ກ່າວເນັ້ນວ່າ: ສັງຄົມລາວໃນ ປັຈຈຸບັນ ໂດຍສະເພາະ ໃນເຂດເມືອງໃຫຍ່ ໄດ້ຮັບອິທທິພົນ ຈາກ ປະເທດເພື່ອນບ້ານ ດັ່ງຈະ ເຫັນໄດ້ທົ່ວໄປ ໃນຕະຫຼາດເຊົ້າ ນະຄອນ ຫຼວງວຽງຈັນ ທີ່ມີຊາວລາວ ນິຍົມ ໄປຊື້ເຄື່ອງຂອງ ຕາມຫ້າງສັບພະສິນ ຄ້າຂະໜາດໃຫຍ່ ພ້ອມກັບມີ ລົດ ພາຫະນະແລ່ນ ສວານໄປມາ ຕາມ ຖະນົນຫົນທາງ ບໍ່ຂາດສາຍ ແມ່ນແຕ່ໃນຕົວ ເມືອງມໍລະດົກໂລກ ຫຼວງພຣະບາງ ກໍມີການ ປ່ຽນແປງ ຢ່າງໜ້າວິຕົກ ເຊັ່ນກັນ ໂດຍສະເພາະດ້ານ ວິຖີຊີວີດແບບ ພື້ນເມືອງ ຂອງລາວ ກໍກຳລັງຖືກ ຄອບງຳເຊັ່ນກັນ!


ເຍົາວະຊົນລາວ 1.4 ລ້ານຄົນ ມີຄວາມສ່ຽງສູງ ທີ່ຈະມົ່ວສຸມກັບຢາເສບຕິດ


ແກ້ງຂາຍຢາເສບຕິດ ທີ່ຖືກຈັບໃນເດືອນກໍລະກົດ 2012 ທີ່ຜ່ານມາ
           ຜູ້​ແທນ​ອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ​ແລະ​ອາດຊະຍາ​ກໍາ​ແຫ່ງ​ສະຫະ​ປະຊາ​ຊາດ UNODC ສໍານັກງານ​ປະ​ຈໍາ​ປະ​ເທດ​ລາວໄດ້​ຖະ​ແຫຼງລາຍ​ງານ​ການ​ປະ​ເມີນ​ສະພາບ​ການ ​ກ່ຽວ​ກັບ​ຢາເສບ​ຕິດ​ຢູ່​ໃນ​ລາວ ​ໃນ​ປັດຈຸບັນ​ນີ້​ວ່າ ການ​ຊົມ​ໃຊ້​​ຢາ​ເສບ​ຕິດຢູ່​ໃນ​ລາວ​ມີ​ທ່າ​ອຽງ​ເພີ່ມ​ຫຼາຍ​ຂຶ້ນ ​ແລະ​ມີ​ລະດັບ​​ຄວາມ​ຮຸນ​ແຮງສູງ​ຂຶ້ນນັບ​ມື້​ທັງ ​ໃນ​ເຂດ​ຕົວ​ເມືອງ ​ແລະ​ເຂດ​ຊົນນະບົດ​ອີກ​ດ້ວຍ.ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ ສະຖານະ​ຂອງ​ປະ​ເທດ​ລາວ​ໃນ​ປັດຈຸບັນບໍ່​ພຽງ​ແຕ່​ຈະ​ຍັງ​ຄົງ​ມີ​ການ​ລັກລອບ​ປູກ​ຝິ່ນ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ ຫາກແຕ່​ລາວ​ຍັງ​ຕົກ​ເປັນ​ທັງ​ທາງ​ຜ່ານ​ຂອງການ​ນຂົນ​ສົ່ງ​ຢາ​ເສບ​ຕິດ​​ໄປຍັງ​ຕ່າງປະ​ເທດ ​ແລະ​ກາຍ​ເປັນ​ຕະຫຼາດ​ຮອງ​ຮັບ​ຢາ​ເສບ​ຕິດ​ຫຼາຍຂຶ້ນນັບ​ມື້​ອີກ​ດ້ວຍ. ຍ້ອນ​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້ອົງການ UNODC ປະເມີນ​ວ່າ​ ມີ​ເຍົາວະ​ຊົນ​ລາວ ​ຫຼາຍ​ກວ່າ 1.4 ລ້ານ​ຄົນ ຫຼື​ເທົ່າ​ກັບ 51% ຂອງ​ເຍົາວະ​ຊົນລາວ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 20 ​ປີ​ນັ້ນ ​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ໃນ​ກຸ່ມ​ປະຊາຊົນທີ່ມີ​ຄວາມ​ສຸ່ມ​ສ່ຽງ​ຢ່າງ​ສູງ​ທີ່ ​ຈະ​ເຂົ້າ​ໄປ​ ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ.
ຊາວໜຸ່ມທີ່ຕິດຢາເສບຕິດຈໍານວນນຶ່ງຮັ້ບສຶກສາອົບຮົມທີ່ສູນ ຟື້ນຟູປິ່ນປົວຄົນຕິດຢາເສບຕິດກ່ອນຈະກັບຄືນບ້ານ
​​
ຍິ່ງ​ໄປ​ກວ່າ​ນັ້ນ ຜູ້​ແທນຂອງ UNODC ປະ​ຈໍາ​ລາວ ຍັງ​ໄດ້​ເນັ້ນ​ຢໍ້າອີກດ້ວຍ​ວ່າ ການ​ທີ່​ມີ​ເຍົາວະ​ຊົນ​ລາວ​ຊົມ​ໃຊ້​ຢາ​ເສບຕິດ​ຫຼາຍ​ຂຶ້ນ ກໍ​ຍັງ​ເປັນສາ​ເຫດ​ທີ່​ສໍາຄັນ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ອາດ ​ຊະ​ຍາ​ກໍາ​ຫຼາຍ​ຂຶ້ນນັບ​ມື້​ດ້ວຍ​ເຊັ່ນ​ກັນ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ເກີນ​ກວ່າ 80% ຂອງ​ການ​ກໍ່​ອາ​ດຊະ​ຍາ​ກໍາ​ໃນ​ລາວ​ນັ້ນຕ່າງ​ກໍ​ລ້ວນ ​ແຕ່​ເກີດ​ຈາກ​ຜູ້​ຕ້ອງ​ຫາ​ທີ່​ຊົມ​ໃຊ້​ຢາ​​ເສບ​ຕິດ​ນັ້ນ​ເອັງ.
ທາງ​ດ້ານ​ທ່ານ ກຸ ຈັນ​ສີນາ ຮັກສາ​ການ​ປະທານ​ຄະນະ​ກໍາມະການ​ກວດກາ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ​ກໍ​ຍອມຮັບ​ວ່າ​ສະພາບ​ການ​ດັ່ງກ່າວ​ນີ້​ໃນ​ ລາວ​ມີ ລະດັບ​ຄວາມ​ຮຸນ​ແຮງ​ຫຼາຍ​ຂຶ້ນ ຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ດໍາ​ເນີນ​ມາ​ດ ຕະການ​ທັງ​ໃນ​ດ້ານ​ການ​ລົດ​ການ​ຊົມ​ໃຊ້​ຢາ​ເສບຕິດ ​ແລະ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນຢ່າງ​ແທ້​ຈິງ ດ້ວຍ​ການ​ເຝິກອົບ​ລົມ​ເພື່ອ​ເພີ່ມ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ກັບ​ ພະນັກງານ​ລັດ​ຖະບານ​ທີ່​ມີ​ຄວາມ​ຮັບຜິດຊອບ ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ​ໂດຍ​ກົງ ດັ່ງ​ທີ່​ທ່ານ ກຸ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:
“ຢູ່ ສປປ.ລາວ ສະພາບ​ການ​ຊົມ​ໃຊ້​ ​ແລະກາ​ນລັກລອບ​ຄ້າຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ ​ໄດ້​ມີ​ ແນວ​ໂນ້ມ​ເພີ່ມ​ຂຶ້ນ ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ພວກ​ເຮົາ​ຕ້ອງ​ໄດ້​ເພີ່ມທະວີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ​ຍົກ​ລະດັບ​ວິຊາ​ສ​ະ​ເພາະ​ຕ່າງໆໃຫ້​ແກ່​ເຈົ້າໜ້າທີ່ ​ທີ່​ກ່ຽວຂ້ອງ ເພື່ອ​ດໍາ​ເນີນການ​ກໍາຈັດ​ສະກັດ​ກັ້ນ​ ແລະ​ຕ້ານ​ການ​ລັກລອບ​ຄ້າຂາຍ​ ແລະລໍາລຽງ​ຂົນ​ສົ່ງ​ຢາ​ເສບຕິດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.”
ສະຫະລັດໄດ້ມອບເງິນຊ່ວຍເຫລືອແກ່ສູນຟື້ນຟູປິ່ນປົວຄົນຕິດຢາເສບຕິດທີ່ນະຄອນວຽງຈັນ
ກ່ອນ​ໜ້າ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ສຶກສາ​ທິການ​ ແລະ​ ກິລາ ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ​ ບັນຫາ​ອາດຊະຍາ​ກໍາ​ທີ່​ເກີດ​ຂຶ້ນ​ໃນ​ລາວ​ໃນ​ປັດ​ຈຸ​ບັນ​ ນອກຈາກ​ຈະ​ມີລະດັບ​ຄວາມ​ຮຸນ​ແຮງ​ຫຼາຍຂຶ້ນ ທັງ​ຍັງ​ເປັນ​ອາດ​ຊະ​ຍາ​ກໍາ ​ທີ່​ມີ​ຫຼາຍ​ຮູບ​ແບບ ​ແລະ​ເກີດ​ຂຶ້ນໃນ​ທຸກ​ວົງ​ການ​ແລ້ວ​ ກໍ​ຍັງ​ປາກົດ​ວ່າ​ມີ​ເຍົາວະ​ຊົນ​ລາວ ​ທີ່​ເປັນນັກຮຽນ-ນັກ​ສຶກສາ ​ໄດ້​ເຂົ້າ​ໄປ​ກ່ຽວຂ້ອງ​ອາດ​ຊະ​ຍາ​ກໍາ​ຕ່າງໆ​ ເພີ່ມ​ຫຼາຍ​ຂຶ້ນອີກ​ດ້ວຍ.
ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ເຍົາວະ​ຊົນ​ລາວ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ກໍ່​ ອາດຊະຍາ​ກໍາ ຫຼາຍ​ຂຶ້ນນັ້ນ  ກໍ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ວ່າ​ເປັນ​ຍ້ອນ​ ບັນຫາ​ທາງ​ເສດຖະກິດ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ໄປ​ເຖິງ​ບັນຫາ​ທາງ​ ສັງຄົມ ​ເຊັ່ນ ບັນຫາ​ການ​ຢ່າ​ຮ້າງ​ໃນ​ຄອບຄົວ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ລູກ​ຫຼານ ​ແລະ​ກໍ​ເປັນ ​ເງື່ອນ​ໄຂ​ທີ່​ນໍາ​ໄປ​ສູ່​ການ​ຕັ້ງ​ເປັນ​ກຸ່ມ​ແກ໊ງຂອງ​ເຍົາວະ​ຊົນ​ທີ່​ມີ​ ການ​ມົ່ວສຸມ​ເສບ​ຢາ ​ແລະ​ພາກັນ​ກໍ່​ອາດຊະຍາ​ກໍາ​ໃນ​ທີ່​ສຸດ.
ທັງ​ນີ້​ໂດຍ​ທາງ​ການ​ລາວ​ປະມານ​ການ​ວ່າ​ໃນ​ປັດຈຸບັນ​ ມີ​​ເຍົາວະ​ຊົນ​ລາວ​ຫຼາຍ​ກວ່າ 5 ໝື່ນ​ຄົນ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ ສ່ວນ​ປະຊາຊົນ​ບັນດາ​ເຜົ່າ​ອີກ​ຫຼາຍ ກວ່າ 14,000 ຄົນ ກໍ​ຕິດ​ຢາ​ຝິ່ນ​ກັບ​ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ຈໍານວນ​ຫຼາຍ​ຂຶ້ນ ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.
ຂອບໃຈແຫຼ່ງຂໍ້ມູນຈາກ: http://lao.voanews.com/content/over-1-point-4-million-youth-are-considered-to-be-at-hight-risk-for-drug-abuse-in-laos/1513416.htmlhttp://lao.voanews.com/content/over-1-point-4-million-youth-are-considered-to-be-at-hight-risk-for-drug-abuse-in-laos/1513416.html


ການບິນລາວ ຈະຂະຫຍາຍ ຖ້ຽວບິນໄປຈີນ ເກົາຫຼີໃຕ້ ແລະຍີ່ປຸ່ນ

ພິທີຕ້ອນຮັບ ເຮືອບິນ Airbus 320A ຂອງສາຍການບິນລາວ ເມື່ອທ້າຍປີ 2011.
ການບິນ​ລາວ​ຈະ​ຂະຫຍາຍ​ຖ້ຽວ​ບິນ​ລະຫວ່າງ​ປະ​ເທດ​ໄປ​ເມືອງ​ກວາງ​ໂຈ​ວຂອງ​ຈີນ​ແລະ​ກຸງ​ໂຊ​ລກັບ​ເມືອງ​ປູຊາ​ນຂອງ​ເກົາຫຼີ​ໃຕ້ທັງ​ຍັງ​ຈະ​ຂະຫຍາຍ​ຖ້ຽວ​ບິນ​ໄປ​ກຸງ​ໂຕ​ກ່ຽວ​ຂອງ​ຍີ່ປຸ່ນ​ອີກ​ດ້ວຍ.ທ່ານ​ສະ​ເຫຼີ​ມ ​ໄຕ​ຍະ​ລາດ ຫົວໜ້າ​ຝ່າຍ​ຂາຍ​ແລະ​ການ​ຕະຫຼາດ​ຂອງ​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ ​ໃຫ້ການ​ຢືນ​ຢັນ​ວ່າ ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ​ມີ​ແຜນການ ທີ່​ຈະ​ຂະຫຍາຍ​ເສັ້ນທາງ​ການບິນ​ຈາກ​ນະຄອນ​ວຽງ​ຈັນ​ໄປ​ເມືອງ​ກວາງ​ໂຈ​ວຂອງ​ຈີນ ​ແລະ​ກຸງໂຊ​ລກັບ​ເມືອງ​ປູຊາ​ນຂອງ​ເກົາຫຼີ​​ໃຕ້​ໃນ​ໝໍ່ໆ​ນີ້ ​ໂດຍ​ເປັນ​ສ່ວນ​ນຶ່ງໃນ​ແຜນການ​ຂະຫຍາຍ​ຖ້ຽວ​ບິນ​ລະຫວ່າງ​ປະ​ເທດ​ຂອງ​ສາຍ​ການບິນ​ລາວ​​ໃຫ້​ຫຼາຍ​ຂຶ້ນ ດ້ວຍ​ການ​ນໍາ​ໃຊ້​ເຮືອບິນ Airbus-320A ທີ່​ສັ່ງ​ຊື້​ແລະ​ໄດ້​ຮັບ​ການ​ສົ່ງ​ມອບ​ຈາກບໍລິ ສັດ Airbus ​ແຫ່ງ​ປະ​ເທດ​ຝຣັ່ງຢ່າງ​ເປັນທາງ​ການ​ລາວ​ນັບ​ຕັ້ງ​ແຕ່​ທ້າຍ​ປີ 2011 ​ເປັນ​ຕົ້ນ​ມາ.
ທັງ​ນີ້​ໂດຍ​ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ ກໍ​ໝາຍ ຄວາມ​ວ່າ​ຖ້ຽວ​ບິນ​ຈາກ​ນະຄອນ​ວຽງ​ຈັນ​ໄປ​ເມືອງ​ກວາງ​ໂຈ​ວນັ້ນ ຈະ​ສາມາດ​ເລີ່​ມ ທໍາ​ການບິນ​ໄດ້​ພາຍ​ໃນ​ເດືອນ​ພະຈິກ ​ແລະ​ກໍ​ຈະ​ຕິດຕາມ​ດ້ວຍ​ຖ້ຽວ​ບິນ​ຈາກ​ນະ ຄອນ​ວຽງ​ຈັນ​ໄປ​ກຸງ​ໂຊ​ລ ​ແລະ​ເມືອງ​ປູຊາ​ນ​ໃນ​ເດືອນ​ທັນວາ​ປີ​ນີ້.
ຍິ່ງ​ໄປ​ກວ່າ​ນັ້ນ ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ແລະ​ອໍານວຍ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ຫຼາຍ​ຂຶ້ນດ້ວຍ​ນັ້ນ ສາຍ​ການ ບິນ​ລາວ​ກໍ​ຍັງ​ມີ​ແຜນການ​ທີ່​ຈະ​ຂະຫຍາຍ​ຖ້ຽວ​ບິນ​ໄປ​ຍັງ​ກຸງ​ໂຕ​ກຽວ​ຂອງ​ ຍີ່ປຸ່ນ​ອີກ ດ້ວຍ ສ່ວນ​ຈະ​ມີ​ການ​ເປີດ​ຖ້ຽວ​ບິນ​ຕາມ​ເສັ້ນທາງ​ດັ່ງກ່າວ​ນີ້​ໄດ້​ເມື່ອ​ໃດ​ແລະ​ ຈະ​ເປັນ ການບິນ​ໃນ​ຮູບ​ແບບ​ໃດ​ນັ້ນ ກໍ​ຂຶ້ນຢູ່​ກັບ​ຜົນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ເປັນ​ສໍາຄັນ ດັ່ງ​ທີ່​ທ່ານ​ສະ​ເຫຼີ​ມ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:
ທ່ານ​ສະ​ເຫຼີ​ມ ​ໄຕ​ຍະ​ລາດ
​​
​​“ປັດຈຸບັນ​ນີ້ ​ເຮົາ​ມີ​ແຜນການ​ທີ່​ຈະ​ບິນ​ໄປ​ກວາງ​ໂຈ​ວ​​ແລະ​ກະບິນ​ໄປ​ໂຊ​ລ​ໄປ​ເກົາຫຼີ​ໃຕ້​ກະ​ມີ​ແຜນ​ຢູ່ ​ແລະ​ພວກ​ເຮົາ​ກະ​ກໍາລັງ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຢູ່ ​ເພາະວ່າ​ທີ​ມງານ​ພວກ​ເຮົາ​ກໍາລັງສຶກສາ​ຄວາມ​ເປັນ​ໄປ​ໄດ້​ວ່າ​ເຮົາ​ຈະ​ບິນ​ເຂົ້າ​ໄປ​ຊ່ວງ​ໃດ ປະຕິບັດ​ການບິນ​ແບບ​​ເຊົ່າ​ເໝົາ ຫຼື​ສິ​ເອົາ​ແບບ​ປົກກະຕິ​ອັນ​ນີ້​ພວກ​ເຮົາ​ຕ້ອງ​ເບິ່ງ​ເພາະວ່າ​ພວກ​ເຮົາ​ກໍ​ຕ້ອງ​ດໍາ​ນຶງ​ເຖິງ​ປະສິດທິ​ຜົນ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ.”
ກ່ອນ​ໜ້າ​ນີ້ ທ່ານ​ສົມ​ພອນ ດວງ​ດາລາ ຜູ້​ອໍາ​ນວຍ​ການ​ລັດ​ວິ​ສາ​ຫະກິດ​ການ​ບິນລາວໄດ້​ຖະ ແຫຼ​ງຢືນຢັນ​ວ່າ ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ກາ​ນບິນ ລາວ​ໄດ້​ມີ​ການ​ຂະ ຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ຜົນ​ປ​ະກອບ ການ​​ໃນ​ປີ 2011 ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ​ກໍ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ກວ່າ 500 ຕື້​ກີບ ຫຼື​ເພີ່ມ​ຂຶ້ນຈາກ​ປີ 2010 ຄິດ​ເປັນ​ອັດຕາ​ສະ​ເລ່ຍ​ເກືອບ 20% ຈຶ່​ງ​ເຮັດ​ໃຫ້​ເຊື່ອ​ວ່າ​ໃນ​ປີ 2012 ນີ້ ສາຍ​ການບິ​ນລາວ​ຈະ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ ​ໃນ​ມູນ​ຄ່າ​ລວມບໍ່​ເກີນ​ກວ່າ 650 ຕື້​ກີບ​ຢ່າງ​ແນ່ນອນ.
ຄະນະບໍລິຫານງານຂອງການບິນລາວ ທີ່​ໄດ້​ຮັບ​ລາງວັນ​ດີ​ເດັ່ນຈາກ​ສະ​ຖາ​ບັນ​ ການ​ບິນ​ພົນລະ​ເຮືອນ​ນາໆ ​ຊາດ​
​​
ທັງ​ນີ້​ໂດຍ​ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ການ​ບິນລາວ ທີ່​ມີ​ການ​ຂະຫຍາຍຕົວ​ແລະ​ມີ​ຜົນ​ກໍາ​ໄລ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ດັ່ງກ່າວ ກໍ​ຍັງ​ເປັນ​ຜົນ​ເຮັດ​ໃຫ້ ​ໄດ້​ຮັບ​ລາງວັນ​ດີ​ເດັ່ນຈາກ​ສະ​ຖາ​ບັນ​ການ​ບິນ​ພົນລະ​ເຮືອນ​ນານາ​ຊາດ​ທັງ​ໃນ​ສະຫະລັດ​ເຢຍຣະມັນ ອັງກິດ ​ແລະ​ຝຣັ່ງມາ​ແລ້ວ​ຫຼາຍ​ຄັ້ງ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.
ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ມີ​ຜູ້​ໂດຍສານ​ທັງ​ພາຍ​ໃນ​​ ແລະ​ຕ່າງປະ​ເທດ​ໄດ້​ພາກັນ​ໃຊ້​ບໍລິການ​ຂອງ​ສາຍ​ການບິນ​ລາວ​ເພີ່ມ​ຂຶ້ນທຸກໆ​ປີ ກໍ​ຄື​ຈາກ 5 ​ແສນ​ກວ່າ​ຄົນ​ໃນ​ປີ 2001 ​ເປັນ​ຫຼາຍ​ກວ່າ​ 9 ​ແສນ​ຄົນ​ໃນ​ປີ 2012 ນີ້​ກໍຍັງ​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ​ໄດ້​ວາງ​​ເປົ້າໝາຍ​ທີ່​ຈະ​ ໃຊ້​ເງິນ​ທຶນ​ເຖິງ 200 ລ້ານ​ ໂດ​ລາ ສໍາລັບ​ຈັດຊື້​ເຮືອບິນ​ຂະໜາດ 150-200 ບ່ອນ​ນັ່ງ​ເພີ່ມ​ຂຶ້ນອີກ 4 ລໍາ ​ເປັນ​ຢ່າງ​ໜ້ອຍ ພາ​ຍ​ໃນ​ປີ 2015 ອີກ​ດ້ວຍ.
ສ່ວນ​ເຮືອບິນ Airbus–320A ທັງ​ສອງ​ລໍາ​ດັ່ງກ່າວ ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ໄດ້​ສັ່ງ​ຊື້​ມາ​ໃນ​ລາຄາ​ລວມກັນ​ເຖິງ 91 ລ້ານ​ໂດ​ລາ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜຸນ​ເງິນ​ກູ້​ຈາກ​ທະ
ນາຄານ​ແຫ່ງ​ຊາດ​ລາວ​ກັບ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ຂອງ ລັດຖະບານ​ລາວ​ໃນ​ມູນ​ຄ່າ 20 ລ້ານ​ໂດ​ລາ ​ແລະ 70 ລ້ານ​ໂດ​ລາມ​ຕາມ​ລໍາດັບ ​ແລະ​ສໍາລັບ​ເງິນ​ທຶນ​ທີ່​ຈະ​ນໍາ​ໃຊ້​ໃນ​ການຈັດ​ຊື້​ເຮືອບິນ​ຂະໜາດ​ໃຫຍ່​ ເພີ່ມ​ຂຶ້ນອີກ 4 ລໍາ ພາຍ​ໃນ​ປີ 2015 ຊຶ່ງ​ຈະ​ມີ​ມູນ​ຄ່າ​​ເຖິງ 200 ລ້ານ​ໂດ​ລາ​ນັ້ນ ກໍ​ຄາດໝາຍ​ວ່າ ຈະ​ກູ້​ຢືມ​ຈາກ​ທະນາຄານ​ຂອງ​ລັດຖະບານ​ຈີນ​ເປັນ​ດ້ານ​ຫຼັກ.
ຂອບໃຈແຫຼ່ງຂໍ້ມູນຈາກ: http://lao.voanews.com/content/laos-airlines-to-expand-its-international-flights-to-china-korea-and-japan/1519572.htmlhttp://lao.voanews.com/content/laos-airlines-to-expand-its-international-flights-to-china-korea-and-japan/1519572.html



1 ความคิดเห็น:

  1. ສ້າງບັອກນີ້ຂຶ້ນມາເພື່ອເຜີຍແຜ່ຂ່າວສານອອກສູ່ສັງຄົມ

    ตอบลบ