หน้าเว็บ

วันอาทิตย์ที่ 3 มีนาคม พ.ศ. 2556

ສະ​ຫວັນນະ​ເຂດ

ປະຊາ​ຊົນ​ລາວ​ໃ​ນ 7 ​ເມືອງ​ຈາກ​ທັງ​ໝົດ 15 ​ເມືອງ​ຂອງ​ແຂວງ​
ສະ​ຫວັນນະ​ເຂດ ຍັງ​ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່​ຍາກຈົນ​ທີ່ສຸດ
​​ເຖິງ​ແມ່ນ​ວ່າເສດຖະກິດ​ພາຍ​ໃນ​ແຂວງ​ຈະ​ຂະຫຍາຍຕົວ​ເພີ່ມ​
ຂຶ້ນ ທຸກໆ​ປີ​ກໍ​ຕາມ.

ຄະນະ​ຊີ້​ນໍາການ​ພັດທະນາ​ຊົນ​ນະ​ບົດ​ແລະ​ລົບ​ລ້າງ​ຄວາມທຸກ​
ຍາກ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າ​ແຂວງ​ສະຫວັນ​ນະ​ເຂດ​ນັບ​
ເປັນ​ແຂ​ວງນຶ່ງ​ທີ່​ຍັງ​ມີ​ອັດຕາ​ຄວາມທຸກ​ຍາກ ຂອງ​ປະຊາຊົນ
​ໃນ​ລະດັບ​ສູງ​ທີ່​ສຸດ​ໃນ​ລາວ ຊຶ່ງ​ຈາກ​ການ​ສໍາ​ຫຼວດຄັ້ງຫ​ລ້າ​ສຸດ
​ພົບ​ວ່າ ຍັງ​ມີ​ປະຊາຊົນ​ລາວ​ຈໍານວນ​ເຖິງ 28,807 ຄອບຄົວ​
ໃນ​ເຂດ 7 ​ເມືອງ​ຈາກ​ທັງ​ໝົດ 15 ​ເມືອງ​ຂອງ​ແຂວງ​ສະຫວັນ​
ນະ​ເຂດ ທີ່​ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່ທີ່​ຍາກຈົນ​ທີ່​ສຸດ ຫຼື​ຄິດ
​ເປັນ​ກວ່າ 20% ຂອງ​ຈໍານວນ​ຄອບຄົວ​ທັງ​ໝົດ​ໃນ​ແຂວງ
​ສະຫວັນ​ນະ​ເຂດ.

ທັງ​ນີ້​ ເຖິງ​ແມ່ນ​ວ່າ​ແຂວງ​ສະຫວັນ​ນະ​ເຂດ​ຈະ​ນັບ​ເປັນ​ແຂວງ​ນຶ່ງ​ທີ່​ມີ​ການ​ຂະຫຍາ​ຍຕົວ​ທາງ​ເສດຖະກິດ​ທີ່​ສູງ​ກວ່າ 10% ​ໃນ​ຕະຫຼອດ​ໄລຍະ 5 ປີ​ທີ່​ຜ່ານ​ມາ ​ແລະ​ກໍ​ຍັງ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 11-12% ຕໍ່​ໄປ​ຈົນ​ເຖິງ​ປີ 2015 ກໍ​ຕາມ. ຫາກ​ແຕ່​ວ່າ​ດ້ວຍ​ເຫດ​ທີ່​ການ​ຂະຫຍາ​ຍຕົວ​ທາງ​ເສດຖະກິດ​ດັ່ງກ່າວ ຍັງ​ມີ​ການ​ລວມສູນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ເປັນ​ສ່ວນ​ໃຫຍ່ ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ​ແຕກ ​ໂຕນ​ກັນ​​ໃນ​ລະດັບ​ລາຍ​ໄດ້​ລະຫວ່າງ​ປະຊາຊົນ​ໃນ​ເຂດ​ຕົວ​ເມືອງ​ກັບ​ໃນ​ເຂດ​ຊົນນະ ບົດ​ຫຼາຍ​ຂຶ້ນນັບ​ມື້.

ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ປະຊາຊົນ​ລາວ​ໃນ​ເຂດ​ເມືອງ​ພິນ ​ເມືອງ​ເຊ​ໂນ ​ເມືອງ​ພະ​ລານ ​ໄຊ ​ເມືອງ​ວີລະ​ບຸລີ ​ເມືອງ​ອາດ​ສະ​ພອນ ​ເມືອງ​ນອງ ​ແລະ​ເມືອງ​ຊົນ​ບຸລີ ຍັງ​ມີ ລາຍ​ໄດ້​ສະ​ເລ່ຍຕໍ່າ​ກວ່າ 5.2 ລ້ານ​ກີບ​ຕໍ່​ຄົນ​ຕໍ່​ປີ​ນັ້ນ ກໍ​ປາກົດ​ວ່າ​ປະຊາຊົນ​ລາວ​ຢູ່ ​ໃນ​ຕົວ​ເມືອງ​ໃຫຍ່ ​ເຊັ່ນ ​ເມືອງ​ໄກສອນ ພົມວິຫານ ​ເມືອງ​ຄັນທະ​ບຸລີ ນັ້ນ ກັບ​ມີ ລາຍ​ໄດ້​ສະ​ເລ່ຍ​ເກື​ອບ​ເຖິງ 10 ລ້ານ​ກີບ​ຕໍ່​ຄົນ​ຕໍ່​ປີ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ ​ເມືອງ​ໄກສອນ ​ໄດ້​​ໃຫ້ການ​ຊີ້​ແຈງ​ວ່າ:
ພາບຈໍາລອງຂອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ
​​

“ຜ່ານ​ມາລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ພວກ​ເຮົາ​ນັ້ນ ​ແມ່ນ 1,152 ຕື້​ ກັບ 4 ລ້ານ​ກວ່າ​ກີບ ສະ​ເລ່ຍຕໍ່​ຫົວ​ຄົນຜູ້​ນຶ່ງ​ນີ້​ກະ​ໄດ້ 9,408,880 ກີບ​ເທົ່າ​ກັບ 1,176 ​ໂດ​ລາ​ຕໍ່​ຄົນ.”

ທາງ​ດ້ານ​ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງ​ແລະ​ເລຂາ​ພັກ​ແຂວງ​ສະຫວັນ​ນະ​ເຂດ ກໍ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​ ເສດຖະກິດ​ຂອງ​ແຂວງ​​ໄດ້​ມີ​ການ​ຂຫຍາ​ຍຕົວ​ເພີ່ມຂຶ້ນຢ່າງຕໍ່​ເນື່ອງ​ໃນ​ຕະຫຼອດ​ໄລຍະ 5 ປີ​ທີ່​ຜ່ານ​ມາ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຍອດ​ຜະລິດ ຕະພັນ​ລວມ (GDP) ຂອງ​ແຂວງ​ສະຫວັນ​ນະ​ເຂດ​ໃນ​ແຜນການ​ປີ 2011-2012 ທີ່​ຜ່າ​ນມາ​ມີ​ມູນ​ຄ່າ​ລວມທີ່​ຄິດ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ໃນ​ແຂວງ​​ໄດ້​ເກີນກວ່າ 1,000 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ.

ພ້ອມ​ກັນ​ນີ້ ທ່ານ​ສຸພັນ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ວ່າ ​ເສດຖະກິດ​ຂອງ ແຂວງ​ສະຫວັນ​ນະ​ເຂດ​ຈະ​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍລະຫວ່າງ 11-12% ຕໍ່​ປີ ນັບ​ຈາກ​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2015 ຊຶ່ງ​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍຂອງ​ປະຊາຊົນ​ລາວ
​ໃນ​ແຂວງ​ເພີ່ມ​ຂຶ້ນ​ເປັນ 1,705 ຕໍ່ຄົນ​ ພາຍ​ໃນ​ປີ 2015 ຫຼື​ວ່າ​ເພີ່ມ​ຂຶ້ນຈາກ​ປີ 2005 ຄິດ​ເປັນ​ສັດສ່ວນ​ທີ່​ສູງ​​ເກີນ​ກວ່າ 3 ​ເທົ່າ​ຕົວ​ອີກ​ດ້ວຍ.

ການເຊັນສັນຍາລະຫວ່າງຄະນະບໍລິຫານເສດຖະກິດພິເສດ ສະຫວັນ-ເຊໂນ ແລະບໍລິສັດເອກະຊົນລາວ
​​
ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ອັດຕາ​ສະ​ເລ່ຍຄວາມຍາກຈົນ​ຂອງ​ປະຊາຊົນ​ໃນ​ແຂວງຫ​ລຸດ​ລົງ​ຢ່າງ​ຕັ້ງໜ້າ​ອີກ​ດ້ວຍ. ​​ຈາກ​ກາ​ນສໍາ ຫຼວດກໍ​ພົບ​ວ່າ​ຈໍາ​ນວນ​ປະຊາຊົນ​ທີ່​ຍາກຈົນ​ໃນ​ແຂວງ​ໄດ້​ລົດ​ລົງ​ຈາກ 37,282 ຄອບຄົວ​ໃນ​ປີ 2005 ມາ​ເປັນ 28,807 ຄອບຄົວ​ໃນ​ປີ 2015 ​ແລະ​ກໍ​ຈະ​ລົດ​ລົງ ​ເຫຼືອ​ຢູ່​ບໍ່​ເກີນ 5,513 ຄອບຄົວ​ໃນ​ປີ 2015.

ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ແຂວງ​ສະຫວັນ​ນະ​ເຂດ​ຍັງ​ໄດ້​ຄາດ​ຫວັງ​ດ້ວຍ​ວ່າ​ເຂດ​ເສດຖະ ກິດ​ພິ​ເສດ​ສະຫວັນ​ເຊ​ໂນ ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ຊ່ວຍ​ລົບ​ລ້າງ​ບັນຫາ​ຄວາມ​ຍາກ ຈົນ​ດັ່ງກ່າວ ທັງ​ນີ້​ກໍ​ດ້ວຍ​ການ​ດຶງ​ດູດ​ເອົການ​ລົງທຶນ​ຈາກ​ຕ່າງ ປະ​ເທດ​ເຂົ້າມາ​ໃນ​ເຂດ​ເສດ ຖະກິດ​ພິ​ເສດ​ໃຫ້​ຫຼາຍ​ຂຶ້ນນັບ​ມື້.

ທາງ​ດ້ານ​ທ່ານ ບົວ​ຄໍາ ສີ​ສຸລາ​ດ ຜູ້​ວ່າການ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ກໍ​ໄດ້ ​ໃຫ້ການ​ຢືນຢັນ​ວ່າ​ຈົນ​ເຖິງ​ປັດຈຸບັນ​ນີ້ ມີ​ບໍລິສັດ​ຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງທຶນ​ໃນ ​ເຂດ​ເສດຖະກິດ​ພິ​ເສດ​ແລ້ວ​ຫຼາຍ​ກວ່າ 20 ບໍລິສັດ ​ແລະ​ຍັງ​ຈະ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ອີກ ຫຼາຍ​ກວ່າ 40 ລາຍ ທີ່​ຈະ​ເຂົ້າມາ​ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ພາຍ​ໃນ​ທ້າຍ​ປີ 2012 ນີ້.
ບໍ່ຄໍາ ໃນເຂດເມືອງ ເຊໂປນ ເມືອງ ວິລະບູລີ ແຂວງ ສະຫວັນນະເຂດ ຂອງລາວ ຈະໝົດລົງ ໃນປີ 2013 ຍ້ອນແນວນັ້ນ ຈຶ່ງຈະເຮັດໃຫ້ ຈໍານວນ ຜົນຜລິດຄໍາ ໃນປີນີ້ ຫລຸດໜ້ອຍລົງ ແຕ່ໃນຂນະ ດຽວກັນ ບໍ່ຄໍາທີ່ ບໍຣິສັດຈີນ ສໍາປະທານ ແຫ່ງນີ້ ຜລິດທອງແດງ ໄດ້ຫລາຍຂຶ້ນ ອັນຈະເຮັດໃຫ້ ຣັຖບານລາວ ໄດ້ຮັບຜົນ ຕອບແທນ ໃນຮູບແບບຕ່າງໆ ເພີ່ມຂຶ້ນເປັນ ປະມານ 205 ລ້ານ ໂດລາ ສະຫະຣັດ ຄືເປັນຈໍານວນ ຫຼາຍທີ່ສຸດ ເທົ່າທີ່ເຄີຍ ໄດ້ຮັບ.

ສື່ມວນຊົນ ທາງການລາວ ວ່ານັບຕັ້ງແຕ່ ເລີ່ມມີການ ຜລິດ ແລະ ສົ່ງອອກ ເງິນຈໍານວນ ທີ່ວ່ານັ້ນ ເຮັດໃຫ້ ຣັຖບານ ລາວ ມີຣາຍໄດ້ ຈາກບໍ່ຄໍາແຫ່ງນີ້ ທັງໝົດ 800 ກວ່າລ້ານ ໂດລາ. ໃນປີ 2011 ບໍ່ຄໍາ ເຊໂປນ ຜລິດຄໍາໄດ້ 2 ຕັນ ກວ່າໆ ຄືຜລິດໄດ້ ຕາມເປົ້າໝາຍ. ແຕ່ປີ 2012 ນີ້ ຄາດວ່າ ຈະຫລຸດລົງ ແລະຈະໝົດ ໄປໃນປີ 2013. ຕາມຣາຍງາຍ ຂອງຜູ້ຈັດການ ອອນລາຍ ໃນວັນທີ 4 ມິນາ ນີ້.

ໃນປີ 2011 ບໍ່ຄໍາ ເຊໂປນ ຜລິດທອງແດງ ແຜ່ນ ໄດ້ທັງໝົດ ເກືອບເຖິງ 79,000 ຕັນ ຄືເພີ່ມຂຶ້ນ ຈາກປີ 2010 23% ຍ້ອນມີການ ຂາຍ ໂຮງງານຜລິດ. ສ່ວນປີນີ້ ຕາມແຜນການ ຂອງກຸ່ມ ແອັມແອັມຈີ ຊຶ່ງ ເປັນ ບໍຣິສັດ ແມ່ຂອງບໍຣິສັດ LXML ນັ້ນ ຄາດວ່າ ຈະຜລິດໄດ້ ເຖິງ 80,000 ຕັນ. ພ້ອມກັນນັ້ນ ບໍຣິສັດ ກໍກໍາລັງ ສໍາຫລວດ ພື້ນທີ່ ສໍາປະທານ ເພິ່ມຕື່ມອີກ ເພື່ອຄົ້ນຫາ ບໍ່ແຮ່ຕໍ່ໄປ ຊຶ່ງອາດຈະຊ່ວຍ ໃຫ້ສາມາດ ເພີ່ມຜົນຜລິດ ໄດ້ຕື່ມອີກ ໃນອະນາຄົດ.(ເງຶນທັ້ງຫລາຍຮັດເອົາໄປໃສ່ຫມົດ?ຄົນທຳດາຢ່າງຂ້ອຍຈະໄດ້ຫຍັງ?)
ໃນ­ປີ 2010 ສປປ ລາວ ມີ 16 ແຂວງ, ນະ­ຄອນຫລວງ 1ແຫ່ງແລະ­ 140 ເມືອງ (ເມືອງ­ທີ່ໄດ້­ຮັບ­ການ ສ້າງ­ຕັ້ງ­ຂື້ນຫລ່າ­ສຸດ ແມ່ນ ເມືອງ ມື່ນ ແຍ­ກ­ອອກ­ຈາກ ເມືອງ ເຟືອງ, ແຂວງ ວຽງ­ຈັນ ໃນ­ປີ 2009) 

ສປປ ລາວ ມີ 16 ແຂວງ, 1 ນະ­ຄອນຫລວງ ແລະ­ 140 ເມືອງ 
1. ນະ­ຄອນຫລວງ ວຽງ­ຈັນ ມີ 9 ເມືອງ: ຈັນທະ­ບູລີ, ສີໂຄດຕະ­ບອງ, ໄຊເສດ­ຖາ, ສີສັດຕະ­ນາກ, ນາ­ຊາຍ­ທອງ,ໄຊທານີ, ຫາດ­ຊາຍ­ຟອງ, ສັງ­ທອງ ແລະ­ ປາກ­ງື່ມ 

2. ແຂວງ ຜົງ­ສາ­ລີ ມີ 7 ເມືອງ: ຜົງ­ສາ­ລີ, ເມືອງໃໝ່, ຂວາ, ສໍາ­ພັນ, ບູນເໜືອ, ຍອດ­ອູ, ບູນໄຕ້ 

3. ແຂວງ ຫລວງນ້ໍາ­ທາ ມີ 5 ເມືອງ: ຫລວງນ້ໍາ­ທາ, ສີງ, ລອງ, ວຽງ­ພູຄາ, ນາແລ, 

4. ແຂວງ ອຸດົມໄຊ ມີ 7 ເມືອງ: ໄຊ, ຫລາ, ນາ­ໝໍ້, ງາ, ແບງ, ຮູນ, ປາກແບ່ງ 

5. ແຂວງ ບໍ່ແກ້ວ ມີ 5 ເມືອງ: ຫວ້າຍ­ຊາຍ, ຕົ້ນເຜີ້ງ, ເມີງ, ຜາອຸດົມ, ປາກ­ທາ 

6. ແຂວງ ຫລວງພະ­ບາງ ມີ 11 ເມືອງ: ຫລວງພະ­ບາງ, ຊຽງເງີນ, ນານ, ປາກ­ອູ, ນ້ໍາບາກ, ງອຍ, ປາກແຊງ, ໂພນໄຊ, ຈອນເພັດ,ວຽງ­ຄໍາ, ພູຄູນ 

7. ແຂວງ ຫົວພັນ ມີ 8 ເມືອງ: ຊໍາເໝືອ, ຊຽງ­ຄໍ້, ວຽງ­ທອງ, ວຽງໄຊ, ຫົວເມືອງ, ຊໍາໃຕ້, ສົບເບົາ, ແອດ 

8. ແຂວງ ໄຊຍະ­ບູລີ ມີ 10 ເມືອງ: ໄຊຍະ­ບູລີ, ຄອບ, ຫົງ­ສາ, ເງີນ, ຊຽງ­ຮອນ, ພຽງ, ປາກ­ລາຍ, ແກ່ນທ້າວ, ບໍ່ແຕນ, ທົ່ງ­ນາມີ 

9. ແຂວງ ຊຽງ­ຂວາງ ມີ 8 ເມືອງ: ແປກ, ຄໍາ, ໜອງແຮດ, ຄູນ, ໝອກ, ພູກູດ, ຜາໄຊ, ທ່າໂທມ 

10.ແຂວງ ວຽງ­ຈັນ ມີ 13 ເມືອງ: ໂພນໂຮງ, ທຸລະ­ຄົມ, ແກ້ວອຸດົມ, ກາ­ສີ, ວັງ­ວຽງ, ເຟືອງ, ຊະ­ນະ­ຄາມ, ແມດ, ວຽງ­ຄໍາ, ຫີນເຫີບ,ໄຊສົມ­ບູນ, ມື່ນ, ຮົມ 

11.ແຂວງ ບໍລິຄໍາໄຊ ມີ 6 ເມືອງ: ປາກ­ຊັນ, ທ່າ­ພະ­ບາດ, ປາກກະ­ດີງ, ບໍລິຄັນ, ຄໍາເກີດ, ວຽງ­ທອງ 

12. ແຂວງ ຄໍາມ່ວນ ມີ 9 ເມືອງ: ທ່າແຂກ, ມະ­ຫາໄຊ, ໜອງ­ບົກ, ຫີນ­ບູນ, ຍົມມະ­ລາດ, ບົວລະ­ພາ, ນາກາຍ, ເຊບັ້ງໄຟ, ໄຊບົວທອງ 

13. ແຂວງ ສະ­ຫວັນນະ­ເຂດ ມີ 15 ເມືອງ: ໄກ­ສອນ ພົມ­ວິຫານ, ອຸທຸມ­ພອນ, ອາດສະ­ພັນ­ທອງ, ພີນ, ເຊໂປນ, ນອງ, ທ່າ­ປານ­ທອງ, ສອງ­ຄອນ,ຈໍາ­ພອນ, ຊົນ­ບູລີ, ໄຊບູລີ, ວີລະ­ບູລີ, ອາດສະ­ພານ­ທອງ, ໄຊພູທອງ, ພະ­ລານໄຊ 

14. ແຂວງ ສາ­ລະ­ວັນ ມີ 8 ເມືອງ: ສະ­ລະ­ວັນ, ຕາໂອ້ຍ, ຕຸ້ມ­ລານ, ລະ­ຄອນເພັງ, ວາ­ປີ, ຄົງເຊໂດນ, ເລົ່າງາມ, ສະ­ໝ້ວຍ 

15. ແຂວງ ເຊກອງ ມີ 4 ເມືອງ: ລະ­ມາມ, ກະ­ລືມ, ດາກ­ຈືງ, ທ່າແຕງ 

16. ແຂວງ ຈໍາ­ປາ­ສັກ ມີ 10 ເມືອງ: ປາກເຊ, ຊະ­ນະ­ສົມ­ບູນ, ບາ­ຈຽງຈະ­ເລີນ­ສຸກ, ປາກຊ່ອງ, ປະ­ທຸມ­ພອນ, ໂພນ­ທອງ, ຈໍາ­ປາ­ສັກ, ສຸຂຸມາ,ມູນລະ­ປະ­ໂມກ, ໂຂງ 

17. ແຂວງ ອັດຕະ­ປື ມີ 5 ເມືອງ: ໄຊເສດ­ຖາ, ສາມັກ­ຄີໄຊ, ສະ­ໜານໄຊ, ຊານໄຊ, ພູວົງ 

ໃນ​ປີ 2007 ສປປ ລາວ ປະ­​ກອບ​ດ້ວຍ 16 ແຂວງ ແລະ­ ນະ­​ຄອນ​ຫລວງ​ໜຶ່ງ​ແຫ່ງ. ແຕ່​ລະ­ ແຂວງ​ໄດ້​ແບ່ງ​ອອກ​ເປັນ​ເມືອງ​ໂດຍ​ມີ​ເມືອງ​ທັງ​ໝົດ 139 ເມືອງ. ຄວນ​ເຂົ້າ​ໃຈ​ວ່າ​ໃນ​ເວ​ລາ​ນັ້ນ ຍັງ​ມີ ເຂດ​ໜຶ່ງ​ເພີ້ມ​ເຕີມ ທີ່​ເອີ້ນ​ກັນ​ວ່າ “ເຂດ​ພິ​ເສດ​ໄຊ​ສົມ​ບູນ” ໄດ້​ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1994 ໂດຍ​ປະ­​ກອບ​ມີ 5 ເມືອງ ແລະ­ ຕັ້ງ​ຢູ່​ລະ­​ຫວ່າງ​ແຂວງ​ວຽງ​ຈັນ ແລະ­ ແຂວງ​ຊຽງ​ຂວາງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ທ້າຍ​ປີ 2005, ເຂດ​ພິ​ເສດ​ນີ້​ໄດ້​ຖືກ​ລຶ​ບລ້າງ ແລະ­ ເມືອງ 5 ເມືອງ. ກໍ່​ໄດ້​ຖືກ​ນໍາ​ໄປ​ຮວມ​ເຂົ້າ​ກັບ​ແຂວງ​ເດີມ​ຂອງ​ຕົນ. ເມືອງ​ລ່ອງ​ຊານ, ໄຊ​ສົມ​ບູນ, ພູນ ແລະ­ ເມືອງ​ຮົ່ມ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ແຂວງ​ວຽງ​ຈັນ ແລະ­ ສ່ວນ​ເມືອງ​ທ່າ​ໂທມ​ກໍ່​ກາຍ​ເປັນ​ສ່ວນ ໜຶ່ງ​ຂອງ​ແຂວງ​ຊຽງ​ຂວາງ.
ກ່ອນ​ສະ­​ຖາ​ນະ­​ພາບ​ທາງ​ທີ່​ຕັ້ງ​ທີ່​ໄດ້​ສະ­​ແດງ​ຢູ່​ໃນ​ແຜນ​ທີ່​ນີ້, ນັບ​ຕັ້ງ​ແຕ່​ປີ 1995 ຈໍາ​ນວນ​ເມືອງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ. ການ​ສໍາ​ຫລວດ​ພົນ​ລະ­​ເມືອງ ແລະ­ ທີ່​ຢູ່​ອາ​ໃສ​ໃນ​ປີ 1995 ໄດ້​ແຈ້ງ​ໃຫ້​ຮູ້​ວ່າ​ມີ​ເມືອງ​ທັງ​ໝົດ 133 ເມືອງ ແຕ່​ຕົກ​ມາ​ຮອດ​ປີ 2005 ຈໍາ​ນວນ​ດັ່ງ​ກ່າວ​ນັ້ນ​ໄດ້​ມີ​ການ​ເພີ່ມ​ຂື້ນ​ເປັນ 141 ເມືອງ​ຍ້ອນ​ການ​ເພີ່ມ​ຂອງ 8 ເມືອງ​ໃຫມ່. ໃນ​ເຂດ​ເໜືອ​ສອງ​ເມືອງ​ໃໝ່ (ເມືອງ​ແອດ ແລະ­ ສົບ​ເບົາ) ກໍ່​ໄດ້​ຮັບ ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ແຂວງ​ຫົວ​ພັນ ແລະ­ ໜຶ່ງ​ເມືອງ (ທົ່ງ​ມີ​ໄຊ) ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ແຂວງ​ໄຊ​ຍະ­​ບູ​ລີ. ຢູ່​ແຂວງ​ວຽງ​ຈັນ​ໄດ້​ມີ​ເມືອງ​ເພີ້ມ​ຂື້ນ​ອີກ​ສາມ​ເມືອງ (ເມືອງ​ແມດ, ຫິນ​ເຫີບ ແລະ­ ແກ້ວ​ອຸ​ດົມ). ສຸດ​ທ້າຍ​ຢູ່​ແຂວງ​ສະ­​ຫວັນ​ນະ­​ເຂດ​ມີ​ສອງ​ເມືອງ (ເມືອງ​ໄຊ​ພູ​ທອງ ແລະ­ ພະ­​ລານ​ໄຊ) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ. ໃນ​ປີ 2006, ຈໍາ​ນວນ​ເມືອງ​ໄດ້​ຫລຸດ​ລົງ​ເປັນ 139 ເມືອງ; ເມືອງ​ພູນ​ແມ່ນ​ລວມ​ເຂົ້າ​ກັບ​ເມືອງ​ໄຊ​ສົມ​ບູນ ແລະ­ ເມືອງ​ລ່ອງ​ຊານ ແມ່ນ​ລວມ​ເຂົ້າ​ກັບ​ເມືອງ​ຮົ່ມ. ຄວນ​ຈະ­​ມີ​ການ​ສັງ​ເກດ​ເຊັ່ນ​ກັນ​ວ່າ​ໃນ​ປີ 2008 ນັ້ນ​ໄດ້ ເກີດ​ມີ​ໜຶ່ງ​ເມືອງ​ໃຫມ່. ກົມ​ພູມ​ສາດ​ແຫ່ງ​ຊາດ (NGD) ໄດ້​ປະ­​ກາດ ແລະ­ ກໍາ​ນົດ​ເຂດ​ແດນ​ໃໝ່​ສໍາ​ລັບ​ເມືອງ​ທັງ​ໝົດ ແຕ່​ເຖິງ​ແນວ​ໃດ​ກໍ່​ຕາມ​ປື້ມ​ແຜນ​ທີ່​ນີ້​ຍັງ​ໄດ້​ສະ­​ແດງ​ໃຫ້​ເຫັນ​ເຖິງ​ການ​ແບ່ງ​ເຂດ​ການ​ປົກ​ຄອງ​ໃນ​ປີ 2007. 

ไม่มีความคิดเห็น:

แสดงความคิดเห็น